ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ແລກປ່ຽນ ​ດ້ານ​ອະລິຍະ​ທຳ ແລະ​ ການ​ພັດທະນາ​ທົ່ວ​ໂລກ

     ວິທະຍຸກະຈາຍສຽງຫວຽດນາມ, ລາຍ​ງານ ວັນ​ທີ 7 ພະຈິກ ​ນີ້, ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ແລກປ່ຽນ​ດ້ານ​ອະລິຍະ
ທຳ ​ແລະ ​ການ​ພັດທະນາ​ທົ່ວ​ໂລກ ທີ່​ໂຮງຮຽນ​ພັກ​ສູນ​ກາງ​ ສປ ຈີນ (ສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ​ ສ​ປ ຈີນ) ເປັນ​ເຈົ້າພາບໄດ້​
ຈັດ​ຂຶ້ນ​ຢູ່​ ນະຄອນຫຼວງ​ປັກ​ກິ່ງ ໂດຍ​ຈະ​ດຳເນີນ​ເປັນ​ເວລາ 3 ວັນ​ພາຍ​ໃຕ້​ຫົວຂໍ້ “ການ​ສືບ​ທອດ​ອະລິຍະ​ທຳ ແລະ ການ​ພັດທະນາ​
ແບບ​ທັນ​ສະໄໝ” ໂດຍ​ມີ​ບຸກຄົນ​ຈາກ​ວົງ​ການ​ຕ່າງໆ ເຊັ່ນ: ປະມຸກ​ລັດ, ນັກທຸລະກິດ, ຜູ້​ຊ່ຽວຊານ, ຜູ້​ມີ​ຊື່​ສຽງ​ດ້ານ​ວັດທະນະທຳ
ແລະ ທູຕານຸທູດ​ຕ່າງປະເທດ​ປະຈຳ​ຈີນ​ປະມານ 150 ຄົນ​ຈາກ 30 ກວ່າ​ປະເທດ ແລະ ​ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມ.

     ກອງ​ປະຊຸມ​ຄັ້ງ​ນີ້, ມີ​ຈຸດປະສົງ​ເພື່ອເພີ່ມ​ທະວີ​ການ​ແລກປ່ຽນ ແລະ ລົງ​ເລິກ​ການ​ສົນທະນາ​ລະຫວ່າງ​ອະລິຍະ​ທຳ​ຕ່າງໆ, ຊຸກ
ຍູ້​ການ​ປະດິດ​ສ້າງ​ໃໝ່ ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ຂົງເຂດ​ແນວ​ຄິດ, ລະບຽບ​ການ ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​
ໂລກ, ສ້າງ​ລະບຽບ​ການ​ດ້ານ​ອະລິຍະ​ທຳ​ທີ່​ກວມ​ລວມ, ເປີດ​ກວ້າງ, ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ, ສັນຕິ
ພາບ ແລະ ການ​ພັດທະນາ​ຄືນໃໝ່.

     ໃນ​ຖານະ​ເປັນ​ກິດຈະກຳ​ສົມ​ຄູ່​ກັນ​ພາຍ​ໃຕ້​ຂອບ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້, ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຄັງ​ປັນຍາ​ລະດັບ​ສູງ​ກ່ຽວ​
ກັບ​ການ​ປົກຄອງ​ປະເທດ ຂອງ​ປະເທດ​ພວມ​ພັດທະນາ ຄັ້ງ​ທີ 4 ໄດ້​ຈັດ​ຂຶ້ນ​ໃນ​ໄລຍະ​ດຽວ​ກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/11/2023